ຈີນ ກາຍເປັນຕະຫຼາດສຳຄັນຂອງການສົ່ງອອກໝາກຖົ່ວລຽນ ມາເລເຊຍ
ສຳນັກຂ່າວຊີນຮວາລາຍງານໃຫ້ຮູ້ໃນວັນທີ 5 ກຸມພາ 2024 ຜ່ານມານີ້ວ່າ: ທ່ານ ອາຮາມັດ ຟາເດວ ອິດສະໄມ ກົງສຸນໃຫຍ່
ຂອງສະຖານກົງສຸນ ມາເລເຊຍ ປະຈຳນະຄອນໜານໜີງ, ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ ຂອງ ຈີນ ກ່າວວ່າ: ໂດຍຜ່ານການ
ພັດທະນາມາເປັນໄລຍະຫຼາຍປີ, ຈີນ ໄດ້ກາຍເປັນຕະຫຼາດສຳຄັນຂອງການສົ່ງອອກໝາກຖົ່ວລຽນ ມາເລເຊຍ. ປີ 2024, ມາເລເຊຍ
ແລະ ຈີນພວມຊຸກຍູ້ການອະນຸມັດໃຫ້ ມາເລເຊຍ ສົ່ງອອກໝາກຖົ່ວລຽນສົດໃຫ້ປະເທດ ຈີນ, ເພື່ອເປີດຕະຫຼາດໝາກຖົ່ວລຽນໃນ
ຈີນ ຕື່ມອີກ. ທ່ານ ອາຮາມັດ ຟາເດວ ອິດສະໄມ ກ່າວຕື່ມວ່າ: ມາເລເຊຍ ສົ່ງອອກຜະລິດຕະພັນໝາກຖົ່ວລຽນແຊ່ເຢັນເປັນຄັ້ງທຳ
ອິດ ເມື່ອປີ 2011, ຫຼັງຈາກນັ້ນໄດ້ເຊັນສັນຍາສົ່ງອອກສະບັບໃໝ່ກັບ ຈີນ ເພື່ອອະນຸມັດໃຫ້ ມາເລເຊຍ ຂາຍໝາກຖົ່ວລຽນແຊ່ເຢັນ
ໃນປະເທດ ຈີນ ເລີ່ມແຕ່ເດືອນພຶດສະພາປີ 2019. ນັບມາຮອດເດືອນ ກັນຍາ ປີ 2023, ມູນຄ່າຊື້ຂາຍໝາກຖົ່ວລຽນລະຫວ່າງມາ
ເລເຊຍກັບ ຈີນ ບັນລຸໄດ້ຫຼາຍກວ່າ 182 ລ້ານໂດລາສະຫະລັດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/02/2024